ຮ່ວມດູແລCo-Raising Laos ຕິດຕໍ່
ສຳລັບທຸກຄົນທີ່ດູແລເດັກ 0–6 ປີ

ທຸກຄົນໃນຄອບຄົວຮ່ວມກັນດູແລໃຫ້ລູກປອດໄພ

ຮ່ວມດູແລ ເປັນຂົວຕໍ່ຄວາມຮູ້ ທີ່ຖືກຕ້ອງ ໃຫ້ພໍ່ແມ່, ປູ່ຍ່າຕາຍາຍ ແລະ ເອື້ອຍລ້ຽງ ເຂົ້າໃຈກົງກັນ ແລະ ລົງມືເຮັດໄດ້ແທ້ ເມື່ອລູກຕ້ອງການ.

ແພດໝໍລົມກັບແມ່ຕູ້, ແມ່, ລູກ ແລະ ພໍ່ ຢູ່ໂຕະດຽວກັນ
ເລື່ອງຂອງພວກເຮົາ

ເລີ່ມຈາກຄຳຖາມຂອງແມ່ຄົນໜຶ່ງ

ຮ່ວມດູແລ ເກີດຈາກປະສົບການຕົວຈິງຂອງແມ່ທີ່ເຮັດວຽກຢູ່ຕ່າງແຂວງ. ແຕ່ວັນຈັນ ຫາ ວັນສຸກ ລູກຊາຍອາຍຸ 11 ເດືອນ ຢູ່ກັບພໍ່ເຖົ້າແມ່ເຖົ້າ ແລະ ເອື້ອຍລ້ຽງອາຍຸ 21 ປີ, ເຊິ່ງໃຊ້ເວລາຢູ່ກັບເດັກຫຼາຍກວ່າແມ່.

ເມື່ອລູກເລີ່ມກິນອາຫານແບບ BLW (Baby-Led Weaning), ຄຳຖາມສຳຄັນກໍເກີດຂຶ້ນ: ຜູ້ດູແລຈະແຍກອາການຂະຫຍ້ອນ (Gagging) ອອກຈາກອາຫານຕິດຄໍ (Choking) ໄດ້ ຫຼື ບໍ່, ແລະ ຈະຊ່ວຍເດັກໄດ້ທັນ ກ່ອນລົດໂຮງໝໍມາຮອດ ຫຼື ບໍ່.

ເມື່ອຊອກຫາບ່ອນຮຽນ ພົບແຕ່ຫຼັກສູດປະຖົມພະຍາບານທົ່ວໄປ, ບໍ່ມີຫຼັກສູດສຳລັບ "ທີມຄອບຄົວ" ທີ່ລ້ຽງເດັກຮ່ວມກັນ ແລະ ໄດ້ຝຶກກັບຫຸ່ນຈຳລອງແທ້. ບັນຫາຂອງຄອບຄົວໜຶ່ງ ຈຶ່ງກາຍເປັນຈຸດເລີ່ມຕົ້ນຂອງໂຄງການນີ້.

ບັນຫານີ້ບໍ່ແມ່ນຂອງຄອບຄົວດຽວ. ພໍ່ແມ່ຈຳນວນຫຼາຍ ຕ້ອງອອກໄປເຮັດວຽກ ແລະ ຝາກລູກໄວ້ກັບປູ່ຍ່າຕາຍາຍ ຫຼື ເອື້ອຍລ້ຽງ. ເດັກຄົນດຽວ ຈຶ່ງມີຜູ້ດູແລຫຼາຍຄົນ ທີ່ໃຊ້ຄວາມຮູ້ ແລະ ວິທີຕ່າງກັນ:

  • ຄວາມຮູ້ທີ່ຕ່າງກັນ ລະຫວ່າງລຸ້ນ
  • ເອື້ອຍລ້ຽງສ່ວນຫຼາຍ ບໍ່ເຄີຍຜ່ານການຝຶກອົບຮົມ
  • ເມື່ອເກີດເຫດສຸກເສີນ ຜູ້ດູແລບໍ່ເຄີຍຝຶກປະຕິບັດມາກ່ອນ

"ເມື່ອລູກຢູ່ນຳເອື້ອຍລ້ຽງ ຫຼາຍກວ່າຢູ່ນຳແມ່, ຄວາມປອດໄພ ແລະ ຄວາມເຂົ້າໃຈທີ່ກົງກັນ ຈຶ່ງບໍ່ແມ່ນເລື່ອງທີ່ຈະປ່ອຍໃຫ້ເປັນໄປຕາມໂຊກ."

ນາງ ທຽນທອງ ໂສພາ, ຜູ້ລິເລີ່ມໂຄງການ
Master Logo ຮ່ວມດູແລ: ຜູ້ໃຫຍ່ 3 ຄົນ ໂອບກອດເດັກທີ່ຢູ່ໃຈກາງ
ຊື່ ແລະ ໂລໂກ້

ຮ່ວມດູແລ ໝາຍເຖິງຫຍັງ

ການຮ່ວມມືກັນລ້ຽງດູ ແລະ ພັດທະນາເດັກ ໂດຍເຊື່ອມທຸກຄົນທີ່ດູແລເດັກໃນຄອບຄົວ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ແລະ ທັກສະຊຸດດຽວກັນ. ໂລໂກ້ສະແດງຜູ້ໃຫຍ່ 3 ຄົນ ໂອບກອດເດັກທີ່ຢູ່ໃຈກາງ:

ພໍ່ແມ່

ຄວາມຮັກ ແລະ ທິດທາງ ຕາມຫຼັກວິທະຍາສາດ

ປູ່ຍ່າຕາຍາຍ

ຄວາມອົບອຸ່ນ ແລະ ປະສົບການ

ເອື້ອຍລ້ຽງ

ຜູ້ດູແລໃກ້ຊິດ ທຸກວັນ

ວິໄສທັດ ແລະ ພາລະກິດ

ສິ່ງທີ່ພວກເຮົາຢາກເຫັນ

ວິໄສທັດ

ເປັນສູນກາງການຮຽນຮູ້ ແລະ ຂົວຕໍ່ຄວາມເຂົ້າໃຈ ລະຫວ່າງທຸກລຸ້ນໃນຄອບຄົວລາວ, ເພື່ອໃຫ້ເດັກອາຍຸ 0–6 ປີ ທຸກຄົນ ໄດ້ຮັບການດູແລທີ່ປອດໄພ ແລະ ມີຄຸນນະພາບ, ແລະ ເຕີບໃຫຍ່ແຂງແຮງທັງກາຍ ແລະ ໃຈ.

ພາລະກິດ

  1. ເຜີຍແຜ່ຄວາມຮູ້ທີ່ຖືກຕ້ອງເປັນພາສາລາວ ກ່ຽວກັບ ພັດທະນາການ, ໂພຊະນາການ, ວັກຊີນ, ຈິດຕະວິທະຍາເດັກ ແລະ ການປະຖົມພະຍາບານ ໂດຍຜ່ານການກວດທານຈາກແພດ.
  2. ຈັດການຝຶກອົບຮົມພາກປະຕິບັດ ຮ່ວມກັບແພດ ແລະ ທີມວິທະຍາກອນ ໃຫ້ຜູ້ດູແລເດັກ ມີທັກສະ ແລະ ຄວາມໝັ້ນໃຈ ເມື່ອເກີດເຫດສຸກເສີນ.
  3. ສ້າງເຄືອຂ່າຍແລກປ່ຽນ ລະຫວ່າງຄອບຄົວ ແລະ ຜູ້ຊ່ຽວຊານ, ແລະ ຂະຫຍາຍຈາກນະຄອນຫຼວງວຽງຈັນ ໄປສູ່ແຂວງອື່ນ.
ຕິດຕໍ່

ຢາກຮູ້ເພີ່ມ ຫຼື ຢາກຮ່ວມມື

ທັກມາທາງໃດກໍໄດ້. ຕິດຕາມເພຈ Facebook ເພື່ອຮັບຂ່າວສານຂອງໂຄງການ.

ວິໄສທັດ ຕິດຕໍ່